ສສຊ ເຂດ7 ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ

26/08/2026

ສສຊ ເຂດ7 ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ

ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026 ນີ້ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ຢູ່ບັນດາເມືອງ ໃຫ້ກຽດເປັນປະທານຂອງທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານບົດລາຍງານການເຄື່ອນໄຫວວຽກງານ ການລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ໂຄງການລົງທຶນຂອງລັດ, ເອກະຊົນ, ການຈັດເກັບລາຍຮັບພູດສູນກາງຂອງດ່ານສາກົນ ຢູ່ບັນດາເມືອງ ຈາກນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມສະຕິປັນຍາ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດລະບຽບກົດໝາຍ ບັນດາຂໍ້ຕົກລົງ, ໃນພື້ນຖານໂຄງລ່າງ, ກົນໄກການປະສານງານກັບທ້ອງຖິ່ນ, ແລະ ສະຫຼຸບສັງລວມບັນດາຄໍາສະເໜີຂອງປະຊາຊົນ ເພື່ອເຮັດໃຫ້ການລົງຕິດຕາມກວດກາໄດ່ຮັບປະສິດທິພາບສູງຂຶ້ນກວ່າເກົ່າ. ພ້ອມທັງເປັນການເກັບກໍາຄໍາຄິດຄໍາເຫັນ, ຄໍາສະເໜີ ແລະ ຄວາມມຸ້ງມາດປາດຖະໜາທີ່ແທ້ຈິງ ຂອງປະຊາຊົນ ເພື່ອນໍາມາສັງລວມສະເໜີຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂໃນຕໍ່ໜ້າ. ຜົນສໍາເລັດທີ່ພົ້ນເດັ່ນໃນການລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ເຊິ່ງສ່ວນໃຫຍ່ແມ່ນປິ່ນອ້ອມບັນຫາ: ເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ບັນຫາເສດຖະກິດ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ແລະ ມີທິດຊີ້ນໍາ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ຂອງຄະນະຮັບຜິດຊອບທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ເຮັດຫຼອນໜ້າທີ່ ຈົນໄດ້ຮັບຜົນສໍາເລັດຕາມຄາດໝາຍ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ ບັນດາທ່ານ ສສຊ ເຂດ7, ສສຂ ແລະ ພະນັກງານວິຊາການ ສພຂ ຈົ່ງເພີ່ມທະວີຄວາມຮັບຜິດຊອບທາງການເມືອງ, ປັບປຸງຮູບແບບການເຮັດວຽກໃຫ້ມີວິທະຍາສາດ, ກໍາແໜ້ນໄດ້ບັນຫາຕ່າງໆ ເພື່ອສະຫຼຸບລາຍງານໃຫ້ພາກທີ່ກ່ຽວຂ້ອງ ແລະ ເກັບກໍາເປັນຂໍ້ມູນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ x ແລະ ທີ່ສໍາຄັນແມ່ນຕ້ອງຕິດຕາມ, ຊຸກຍູ້ການແກ້ໄຂຄໍາສະເໜີຂອງປະຊາຊົນ ຈາກພາກສ່ວນກ່ຽວຂ້ອງ ຢ່າງຈິງຈັງ ແລະ ມີຜົນສັກສິດ.