ພິທີມອບ - ຮັບໜ້າທີ່ ຂອງຄະນະນໍາສະພາປະຊາຊົນແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່. ………………………………

27/04/2026

ພິທີມອບ - ຮັບໜ້າທີ່ ຂອງຄະນະນໍາສະພາປະຊາຊົນແຂວງໄຊຍະບູລີ ຜູ້ເກົ່າ ແລະ ຜູ້ໃໝ່.                    ………………………………

ພິທີມອບ - ຮັບໜ້າທີ່ລະຫວ່າງທ່ານ ບຸນໄທ ສີເທບ ປະທານຄະນະກໍາມະການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ກາວິ ເກດດົມລິ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ສະພາປະຊາຊົນແຂວງ ຊຸດທີ V; ທ່ານ ຈັດຕະວາ ແກ້ວຄໍາເພັດ ປະທານຄະນະກໍາມະການເສດ ຖະກິດ, ການເງິນ ແລະ ສິ່ງແວດລ້ອມ ສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ປອ ແວວເພັດ ສີບຸນມາ ປະທານຄະນະ ກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ ສະພາປະຊົນແຂວງ ຊຸດທີ V; ທ່ານ ເສັງວິໄລ ສົງ ວ່າການປະທານຄະນະກໍາມະການວັດທະນະທໍາ - ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ, ປະທານຄະນະກໍາ ມະການວັດທະນະທໍາ - ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ສະພາປະຊົນແຂວງ ຊຸດທີ V; ທ່ານ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ເສັງວິໄລ ສົງ ຫົວໜ້າຫ້ອງວ່າການສະພາປະຊົນແຂວງ ຊຸດທີ V ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ເມສາ 2026 ເຊິ່ງມີທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະ ການປະຈໍາພັກແຂວງ, ຮອງປະທານສະພາປະຊາ ຊົນແຂວງ, ບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ ຊຸດທີ IV ແລະ ຊຸດທີ V ແລະ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ, ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການປະ ຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນ ການຂອງບັນດາຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ ຈາກນັ້ນ, ໄດ້ມີການລົງລາຍເຊັນໃສ່ບົດບັນ ທຶກມອບ - ຮັບໜ້າທີ່ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່.
ໃນພິທີມອບ - ຮັບໜ້າທີ່ດັ່ງກ່າວຍັງໄດ້ຮັບຟັງການມີຄໍາເຫັນຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊົນແຂວງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານບັນດາທ່ານ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ ຜູ້ເກົ່າ ທີ່ໄດ້ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ. ພ້ອມທັງເນັ້ນໜັກໃຫ້ບັນດາຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໜ້ນ, ເອົາໃຈ ໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V ໂດຍສະເພາະແມ່ນທິດ ທາງແຜນວຽກງານຈຸດສຸມ (2026 -2030) ຂອງສະພາປະຊາ ຊົນແຂວງ ຊຸດທີ V ຫັນເປັນແຜນການແຜນງານລະອຽດ; ເອົາໃຈໃສ່ໃນການເປັນເສນາທິການວຽກງານຮອບດ້ານ ແລະ ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ໃນການກະກຽມດ້ານເນື້ອ ໃນໃຫ້ແກ່ກອງປະຊຸມສະພາປະຊາຊົນແຂວງ, ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ພະນັກງານພາຍໃນ ສະພາປະຊາຊົນແຂວງ ອີກດ້ວຍ.
ພາບ-ຂ່າວ: ສພຂ.ຊຍ